ສກຈຮ ສິນຊັບເມືອງເໜືອ
ປະຫວັດຄວາມເປັນມາ
ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ ສ້າງຕັ້ງຂຶ້ນໃນວັນທີ 18/10/2017 ຜ່ານການອະນຸຍາດໃຫ້ດຳເນີນທຸລະກິດໂດຍທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ ສະບັບເລກທີ 575 ລົງວັນທີ 05/08/2020


ຈຸດປະສົງໃນການດຳເນີນທຸລະກິດ: ເພື່ອສະໜອງການບໍລິການດ້ານການເງິນທີ່ຫຼາກຫຼາຍ ເປັນຕົ້ນແມ່ນ:
- ໃຫ້ບໍລິການດ້ານການເງິນແບບຍືນຍົງໃຫ້ແກ່ພໍ່, ແມ່ ປະຊາຊົນຜູ້ທີ່ມີລາຍໄດ້ຕ່ຳ ແລະ ປານກາງ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງ ການສົ່ງເສີມການຝາກເງິນທີ່ມີຄວາມປອດໄພ ພ້ອມທັງໄດ້ຮັບຜົນຕອບແທນ ໃນອັດຕາທີ່ເປັນທຳ ແລະ ກູ້ຢືມເງິນ ເພື່ອໃຊ້ເປັນແຫຼ່ງທຶນໃນການເຮັດການຜະລິດ ແລະ ແນໃສ່ເພື່ອປັບປຸງສະພາບ ທາງດ້ານເສດຖະກິດ-ສັງຄົມ ຂອງເຂົາເຈົ້າ.
- ເພື່ອປະກອບສ່ວນໃນການພັດທະນາ ເສດຖະກິດ ແລະ ສັງຄົມ ໃຫ້ແກ່ພໍ່, ແມ່ ປະຊາຊົນຜູ້ທີ່ມີລາຍໄດ້ຕ່ຳ ແລະ ປານກາງ ໃນຂອບເຂດດັ່ງກ່າວ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍການແນະນຳ ໃຫ້ພໍ່, ແມ່ ປະຊາຊົນໄດ້ເຂົ້າໃຈເຖິງການນຳໃຊ້ແຫຼ່ງທຶນຢ່າງມີປະສິດທິພາບ, ພ້ອມກັນນີ້ທາງ ສກຈຮ ສິນຊັບເມືອງເໜືອ ກໍຍັງສ້າງຄວາມຮູ້ທາງດ້ານການເງິນໂດຍລວມໃຫ້ປະຊາຊົນໄດ້ເຂົ້າໃຈງ່າຍຂຶ້ນ.
- ໃຫ້ບໍລິການດ້ານການເງິນອື່ນໆຕາມການເຫັນດີຂອງ ທະນາຄານແຫ່ງ ສປປ ລາວ ແລະ ອີງຕາມດຳລັດ ວ່າດ້ວຍສະຖາບັນການເງິນຈຸລະພາກ ສະບັບເລກທີ 460/ລບ, ລົງວັນທີ 03/10/2012 ແລະ ຄຳແນະນຳຈັດຕັ້ງປະຕິບັດ ດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ ສະບັບເລກທີ 01/ທຫລ, ລົງວັນທີ 19/04/2016.

ເພງ ສິນຊັບປະທັບໃຈ
ປະພັນໂດຍ:.............
ໂຄງຮ່າງການຈັດຕັ້ງ
ສະພາບໍລິຫານ

ຄຽງ ອູ່ສິດທິເດດ

ຈິດຕະພອນ ສິດທິເດດ

ສັນຕິ ອູ່ສິດທິເດດ

ຊົ່ງ ອູ່ສິດທິເດດ

ຫວາງອຸລາ ບຸນພະແກ້ວ
.
.

ຂັ້ນຜູ້ຊີ້ນຳ

.

.
ຫວຸດສະດີ ຈວນມະນີວົງ
ສັນຕິ ອູ່ສິດທະເດດ
ບຸນວາດສະໜາ ກຸນສະຫວັດ
ຮັກສາການຜູ້ຄຸ້ມຄອງຝ່າຍການປະຕິບັດການ (COO)
ຄະນະກວດກາພາຍໃນ

ສີລະຄອນ ສິງຫາລາດ
ຫົວໜ້າຄະນະກວດກາພາຍໃນ

ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈໍາກັດ (ສກຈຮ ສຊ) ໄດ້ເປີດໃຫ້ບໍລິການທາງດ້ານການເງິນໃຫ້ກັບພາກສ່ວນຕ່າງໆ ທີ່ບໍ່ສາມາດເຂົ້າເຖິງທາງດ້ານແຫຼ່ງທຶນ ແລະ ໃຫ້ການບໍລິການທາງດ້ານການເງິນທີ່ເໝາະສົມກັບຄວາມສາມາດ ແລະ ຄວາມຕ້ອງການຂອງປະຊາຊົນ ໂດຍຮັບປະກັນການບໍລິການທີ່ເຂົ້າເຖິງງ່າຍ, ວ່ອງໄວ, ໂປ່ງໃສ ແລະ ມີຈັນຍາບັນ ແນໃສ່ບັນລຸວິໄສທັດຂອງການເປັນສະຖາບັນການເງິນຈຸລະພາກທີ່ເຂົ້າໃຈວິຖີຊີວິດຂອງຄົນລາວ ພ້ອມກັນນັ້ນ ສະຖາບັນຂອງພວກເຮົາກໍຍັງເປັນທີ່ປຶກສາທາງດ້ານການເງິນ, ໃຫ້ຄວາມຮູ້ກ່ຽວກັບແຫຼ່ງທຶນທີ່ເປັນທຳ ແລະ ກໍ່ຍັງຄຳນຶງເຖິງການເປັນຢູ່ຂອງ ປະຊາຊົນ ພວກເຮົາຈຶ່ງໄດ້ສ້າງຂະບວນການ ແບ່ງປັນນໍ້າໃຈຊ່ວຍເຫຼືອສັງຄົມລາວເພື່ອທີ່ຈະເປັນສ່ວນໜຶ່ງໃນການພັດທະນາສັງຄົມດັ່ງຄຳຂວັນຂອງສະຖາບັນທີ່ວ່າ “ຮ່ວມໃຈພັດທະນາສັງຄົມລາວ”.
ໃນປັດຈຸບັນ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສິນຊັບເມືອງເໜືອ ໄດ້ມີການຂະຫຍາຍ ສາຂາ ແລະ ໜ່ວຍບໍລິການໄປໃນແຂວງຕ່າງໆຄື
- ສຳນັກງານໃຫຍ່ ແຂວງຫຼວງພະບາງ
- ສາຂາ ແຂວງອຸດົມໄຊ
- ໜ່ວຍບໍລິການ ແຂວງໄຊຍະບູລີ
- ຫ້ອງການພົວພັນວຽກ ແຂວງບໍ່ແກ້ວ
- ຫ້ອງການພົວພັນວຽກແຂວງຫຼວງນໍ້າທາ
- ຫ້ອງການພົວພັນວຽກ ແຂວງຜົ້ງລາວ
- ຫ້ອງການພົວພັນວຽກ ນະຄອນຫຼວງວຽງຈັນ


ລາງວັນແຫ່ງຄວາມສຳເລັດ
ໄດ້ຮັບເລືອກຕັ້ງເປັນ ຮອງປະທານ ສະພາບໍລິຫານ ສມກຈ ຄັ້ງທີ III
ຜຸ້ອຳນວຍການ ສກຈຮ ສິນຊັບເມືອງເໜືອ ໄດ້ຮັບຕຳແໜ່ງເປັນ ຮອງປະທານ ສະພາບໍລິຫານ ສະມາຄົມການເງິນຈຸລະພາກ ຊຸດໃໝ່ (ຄັ້ງທີ III)
ໃນຄັ້ງວັນທີ 25 ສິງຫາ 2023.
…
ລາງວັນ ທຸລະກິດດີເດັ່ນ ປະຈຳປີ 2021
Outstanding Entrepreneurs Award 2021
ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສິນຊັບເມືອງເໜືອ ໄດ້ຮັບກຽດໃນການຮັບລາງວັນນັກທຸລະກິດໜຸ່ມດີເດັ່ນຮອບດ້ານ ປະຈຳປີ 2021.👏🏻👏🏻👏🏻
…