ສກຈຮ ສິນຊັບເມືອງເໜືອ

ປະຫວັດຄວາມເປັນມາ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ ສ້າງຕັ້ງຂຶ້ນໃນວັນທີ 18/10/2017 ຜ່ານການອະນຸຍາດໃຫ້ດຳເນີນທຸລະກິດໂດຍທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ ສະບັບເລກທີ 575 ລົງວັນທີ 05/08/2020

ຈຸດປະສົງໃນການດຳເນີນທຸລະກິດ: ເພື່ອສະໜອງການບໍລິການດ້ານການເງິນທີ່ຫຼາກຫຼາຍ ເປັນຕົ້ນແມ່ນ:
  •  ໃຫ້ບໍລິການດ້ານການເງິນແບບຍືນຍົງໃຫ້ແກ່ພໍ່, ແມ່ ປະຊາຊົນຜູ້ທີ່ມີລາຍໄດ້ຕ່ຳ ແລະ ປານກາງ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງ ການສົ່ງເສີມການຝາກເງິນທີ່ມີຄວາມປອດໄພ ພ້ອມທັງໄດ້ຮັບຜົນຕອບແທນ ໃນອັດຕາທີ່ເປັນທຳ ແລະ ກູ້ຢືມເງິນ ເພື່ອໃຊ້ເປັນແຫຼ່ງທຶນໃນການເຮັດການຜະລິດ ແລະ ແນໃສ່ເພື່ອປັບປຸງສະພາບ ທາງດ້ານເສດຖະກິດ-ສັງຄົມ ຂອງເຂົາເຈົ້າ.
  • ເພື່ອປະກອບສ່ວນໃນການພັດທະນາ ເສດຖະກິດ ແລະ ສັງຄົມ ໃຫ້ແກ່ພໍ່, ແມ່ ປະຊາຊົນຜູ້ທີ່ມີລາຍໄດ້ຕ່ຳ ແລະ ປານກາງ ໃນຂອບເຂດດັ່ງກ່າວ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍການແນະນຳ ໃຫ້ພໍ່, ແມ່ ປະຊາຊົນໄດ້ເຂົ້າໃຈເຖິງການນຳໃຊ້ແຫຼ່ງທຶນຢ່າງມີປະສິດທິພາບ, ພ້ອມກັນນີ້ທາງ ສກຈຮ ສິນຊັບເມືອງເໜືອ ກໍຍັງສ້າງຄວາມຮູ້ທາງດ້ານການເງິນໂດຍລວມໃຫ້ປະຊາຊົນໄດ້ເຂົ້າໃຈງ່າຍຂຶ້ນ.
  • ໃຫ້ບໍລິການດ້ານການເງິນອື່ນໆຕາມການເຫັນດີຂອງ ທະນາຄານແຫ່ງ ສປປ ລາວ ແລະ ອີງຕາມດຳລັດ ວ່າດ້ວຍສະຖາບັນການເງິນຈຸລະພາກ ສະບັບເລກທີ 460/ລບ, ລົງວັນທີ 03/10/2012 ແລະ ຄຳແນະນຳຈັດຕັ້ງປະຕິບັດ ດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ ສະບັບເລກທີ 01/ທຫລ, ລົງວັນທີ 19/04/2016.

ເພງ ສິນຊັບປະທັບໃຈ

ປະພັນໂດຍ:.............
Scroll to Top