
ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈໍາກັດ (ສກຈຮ ສຊ) ໄດ້ເປີດໃຫ້ບໍລິການທາງດ້ານການເງິນໃຫ້ກັບພາກສ່ວນຕ່າງໆ ທີ່ບໍ່ສາມາດເຂົ້າເຖິງທາງດ້ານແຫຼ່ງທຶນ ແລະ ໃຫ້ການບໍລິການທາງດ້ານການເງິນທີ່ເໝາະສົມກັບຄວາມສາມາດ ແລະ ຄວາມຕ້ອງການຂອງປະຊາຊົນ ໂດຍຮັບປະກັນການບໍລິການທີ່ເຂົ້າເຖິງງ່າຍ, ວ່ອງໄວ, ໂປ່ງໃສ ແລະ ມີຈັນຍາບັນ ແນໃສ່ບັນລຸວິໄສທັດຂອງການເປັນສະຖາບັນການເງິນຈຸລະພາກທີ່ເຂົ້າໃຈວິຖີຊີວິດຂອງຄົນລາວ ພ້ອມກັນນັ້ນ ສະຖາບັນຂອງພວກເຮົາກໍຍັງເປັນທີ່ປຶກສາທາງດ້ານການເງິນ, ໃຫ້ຄວາມຮູ້ກ່ຽວກັບແຫຼ່ງທຶນທີ່ເປັນທຳ ແລະ ກໍ່ຍັງຄຳນຶງເຖິງການເປັນຢູ່ຂອງ ປະຊາຊົນ ພວກເຮົາຈຶ່ງໄດ້ສ້າງຂະບວນການ ແບ່ງປັນນໍ້າໃຈຊ່ວຍເຫຼືອສັງຄົມລາວເພື່ອທີ່ຈະເປັນສ່ວນໜຶ່ງໃນການພັດທະນາສັງຄົມດັ່ງຄຳຂວັນຂອງສະຖາບັນທີ່ວ່າ “ຮ່ວມໃຈພັດທະນາສັງຄົມລາວ”.
ໃນປັດຈຸບັນ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສິນຊັບເມືອງເໜືອ ໄດ້ມີການຂະຫຍາຍ ສາຂາ ແລະ ໜ່ວຍບໍລິການໄປໃນແຂວງຕ່າງໆຄື
- ສຳນັກງານໃຫຍ່ ແຂວງຫຼວງພະບາງ
- ສາຂາ ແຂວງອຸດົມໄຊ
- ໜ່ວຍບໍລິການ ແຂວງໄຊຍະບູລີ
- ໜ່ວຍບໍລິການ ແຂວງບໍ່ແກ້ວ
- ໜ່ວຍບໍລິການ ແຂວງຫຼວງນໍ້າທາ
- ໜ່ວຍບໍລິການ ແຂວງຜົ້ງສາລີ
- ຫ້ອງການພົວພັນວຽກ ນະຄອນຫຼວງວຽງຈັນ

