ໃນວັນທີ 08/04/2025 ທີ່ຜ່ານມານີ້

🗓️ໃນວັນທີ 08/04/2025 ທີ່ຜ່ານມານີ້ ທ່ານ ສັນຕິ ອູ່ສິດທິເດດ ຜູ້ອຳນວຍການໃຫຍ່ ສກຈຮ ສິນຊັບເມືອງເໜືອ ແລະ ໃນນາມຮອງປະທານສະພາບໍລິຫານ ສະມາຄົມການເງິນຈຸລະພາກລາວ ໄດ້ເຂົ້າຮ່ວມກອງປະຊຸມສະມາຊິກ ສະມາຄົມການເງິນຈຸລະພາກລາວ ປະຈຳປີ 2024
👏🏻ໂດຍການເປັນປະທານຮ່ວມ ຂອງ ທ່ານ ວິສອນ ໄຊສົງຄາມ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ສົມພອນ ສີແສງລັດ ປະທານ ສະພາບໍລິຫານສະມາຄົມການເງິນຈຸລະພາກລາວ, ເຊິ່ງ ມີຜູ້ເຂົ້າຮ່ວມ ທັງໝົດ 123 ທ່ານ, ທີ່ມາຈາກ ກົມຄຸ້ມຄອງ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ພ້ອມດ້ວຍ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ແລະ ບໍ່ຮັບເງິນຝາກ ທີ່ເປັນສະມາຊິກຂອງສະມາຄົມ ທົ່ວປະເທດ, ທີ່ໂຮງແຮມ Holiday Inn & Suites Vientiane, ນະຄອນຫລວງວຽງຈັນ.
————————————
💙ສິນຊັບເມືອງເໜືອ ຮ່ວມໃຈພັດທະນາສັງຄົມລາວ💛
_________
ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່
☎Call Center: 020 9958 8856
ຕິດຕໍ່ພະນັກງານສິນເຊື່ອ:
ເປີດບໍລິການ
🗓ວັນຈັນ ເຖິງ ວັນສຸກ
⏰ເວລາ 8:30 – 15:30
Scroll to Top