ຄຳເຫັນຂອງຜູ້ອຳນວຍການ

ຂ້າພະເຈົ້າ ຜູ້ອຳນວຍການໃຫຍ່ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ (ສກຈຮ ສຊ) ໄດ້ເລີ່ມດຳເນີນທຸລະກິດທີ່ໃຫ້ບໍລິການທາງດ້ານສິນເຊື່ອ ແລະ ຮັບເງິນຝາກ ເຊິ່ງພວກເຮົາໄດ້ໃຫ້ບໍລິການມາເປັນເວລາ 08 ກວ່າປີແລ້ວ ເຊິ່ງໃນປະຈຸບັນພວກເຮົາໄດ້ມີຈຸດໃຫ້ບໍລິການທັງໝົດ 06 ແຂວງພາກເໜືອດ້ວຍກັນ ຈຸດປະສົງແມ່ນເພື່ອເປີດໂອກາດໃຫ້ພໍ່ແມ່ປະຊາຊົນບໍ່ວ່າຈະຢູ່ໃນເຂດຕົວເມືອງ ຫຼື ເຂດຫ່າງໄກສອກຫຼີກ ໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນທີ່ມີຄວາມເປັນທຳ ແລະ ຍັງເປັນອີກຊ່ອງທາງໜຶ່ງໃນການລົບລ້າງບັນຫາໜີ້ນອກລະບົບ, ພ້ອມດຽວກັນນັ້ນພວກເຮົາຍັງໃຫ້ຄວາມສຳຄັນໃນການສົ່ງເສີມຄວາມຮູ້ພື້ນຖານທາງດ້ານການເງິນໃຫ້ແກ່ພໍ່ແມ່ປະຊາຊົນໄດ້ມີຄວາມເຂົ້າໃຈ ແລະ ສາມາດບໍລິຫານຈັດການເງິນໄດ້ຢ່າງມີປະສິດທິພາບໃນຊີວິດປະຈຳວັນ.
ແຜນໃນຕໍ່ໜ້າທາງ ສກຈຮ ສິນຊັບເມືອງເໜືອ ຍັງໄດ້ດໍາເນີນການບໍລິຫານງານ ແລະ ໄດ້ມີການພັດທະນາອົງກອນໃຫ້ເຂັ້ມແຂງຂຶ້ນອີກຫຼາຍດ້ານເຊັ່ນ:
- ພັດທະນາອົງກອນໃຫ້ກ້າວໄກ ດ້ວຍການສ້າງເຕັກໂນໂລຊີໃໝ່ໆ ແລະ ລະບົບທີ່ທັນສະໄໝ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການໄດ້ຢ່າງສະດວກສະບາຍ, ວ່ອງໄວ ແລະ ປອດໄພ.
- ສືບຕໍ່ຜັນຂະຫຍາຍ ສາຂາ ແລະ ໝ່ວຍບໍລິການ ໄປຍັງບັນດາແຂວງຕ່າງໆ ພ້ອມກັບຄົ້ນຄວ້າຜະລິດຕະພັນໃໝ່ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າບັນດາພາກສ່ວນຕ່າງໆທີ່ຢູ່ເຂດຫ່າງໄກສອກຫຼີກໄດ້ຫຼາຍທີ່ສຸດ.
- ສ້າງບຸກຄະລາກອນໃນອົງກອນໃຫ້ມີຄວາມຫ້າວຫັນຕັ້ງໃຈ, ມີຄວາມຮັບຜິດຊອບ, ມີການປະພຶດທີ່ດີ ແລະ ບໍລິການລູກຄ້າດ້ວຍຄວາມຈິງໃຈ.
- ຈັດຕັ້ງປະຕິບັດການດຳເນີນທຸລະກິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ບົນພື້ນຖານການຊີ້ນຳຂອງພັກ-ລັດ.
ສກຈຮ ສິນຊັບເມືອງເໜືອ ພ້ອມຮັບຟັງຄວາມຄິດເຫັນຂອງລູກຄ້າດ້ວຍຄວາມໃສ່ໃຈ, ພ້ອມພັດທະນາ ແລະ ປັບປຸງການບໍລິການຢ່າງຕໍ່ເນື່ອງ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ, ສ້າງຄວາມໝັ້ນຄົງທາງເສດຖະກິດໃຫ້ກັບສັງຄົມລາວ ພ້ອມທັງມີສ່ວນຮ່ວມໃນການປະຕິບັດວຽກງານນຳບັນດາ ຂັ້ນເມືອງ ແລະ ຂັ້ນແຂວງ ໃນການສະໜັບສະໜູນວຽກງານຕ່າງໆບໍ່ວ່າຈະເປັນເລື່ອງຂອງການສົ່ງເສີມມໍລະດົກວັດທະນະທຳ, ຮີດຄອງປະເພນີ, ສິ່ງແວດລ້ອມ ແລະ ອື່ນໆ